-
Cutting Pliers 1 x $80.00 -
Safety Helmet 1 x $120.00 -
Jack Hammer Drill 1 x $230.00
ວິໃສທັດ ຂອງທ່ານປະທານຜູ້ບໍລິຫານ
ເພື່ອຕອບສະໜອງຍຸດທະສາດ ແລະ ນະໂຍບາຍການສ້າງສາພັດທະນາປະເທດຊາດ ຂອງລັດຖະບານ ສປປ ລາວ ໂດຍສະເພາະວຽກງານກໍ່ສ້າງພື້ນຖານໂຄງຮ່າງ ໂດຍສະເພາະ ການກໍ່ສ້າງເສັ້ນທາງ, ຂົວທາງ, ຊົນລະປະທານ, ອາຄານສິ່ງປຸກສ້າງ ແລະ ອື່ນໆ ເຊິ່ງເປັນຫົວໃຈສຳຄັນສຳລັບການເຕີບໂຕທາງດ້ານເສດຖະກິດ ເປັນປັດໃຈສຳຄັນສຳລັບຮ່ວງໂສ້ຂອງຄົມມະນາຄົມຂົນສົ່ງ. ບໍລິສັດ ພັນທະມິດກຮຸບ ຖຶກສ້າງຕັ້ງຂື້ນໃນປີ 10/03/2009 ແລະ ໄດ້ຄວບກິດຈະການເຂົ້າເປັນກຣຸບຄັ້ງວັນທີ: 20/08/2021, ໂດຍທຶນຈົດທະບຽນ: 999,999,999 ກີບ ( ເກົ້າຮ້ອຍເກົ້າສິບເກົ້າຕື້ກີບ) ໂດຍເປັນບໍລິສັດຂອງຄົນສັນຊາດລາວຖືຫຸ້ນ 100%, ບໍລິສັດ ພັນທະມິດກຮຸບ ຈຳກັດຜູ້ດຽວ ໄດ້ດໍາເນິນທຸລະກິດດ້ານ ບໍລິການອອກແບບ, ຄິດໄລ່, ກໍ່ສ້າງ ແລະ ສ້ອມແປງຂົວທາງ, ຊົນລະປະທານ, ໂຮງແຮມ, ສະຖາບັນການເງິນຈຸລະພາກບ ບໍ່ຮັບເງິນຝາກ, ແລະ ກະສີກໍາຄົບວົງຈອນ ພ້ອມກັນນັ້ນຍັງໄດ້ມີແຜນການພັດທະນາກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າ, ພະລັງງານລົມ ແລະ ແຮ່ທາດທ່າງໆ ເຊັ່ນ: ແຮ່ເຫຼັກ ແລະ ແຮ່ກວັກ. ບໍລິສັດ ໄດ້ມີຄວາມພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງຂອງການສ້າງສາ ແລະ ພັດທະນາປະເທດ ເວົ້າລວມ, ເວົ້າສະເພາະກໍຄືການມີສ່ວນຮ່ວມໃນການບໍລິການດ້ານອອກແບບ, ກໍ່ສ້າງຂົວທາງໂດຍສະເພາະແມ່ນການກໍ່ສ້າງເສັ້ນທາງຢູ່ບັນດາແຂວງພາກເໜືອ ແລະ ພາກກາງຂອງປະເທດ, ໂຮງແຮມ, ສະຖາບັນການເງິນ, ແລະ ວຽກງານກະສີກຳແບບຍືນຍົງ ເຊິ່ງປັດຈຸບັນ ບໍລິສັດໄດ້ດໍາເນີນທຸລະກິດ ກໍ່ສ້າງຂົວທາງຢູ່ແຂວງໄຊຍະບູລີ, ແຂວງບໍລິຄຳໄຊ, ໂຄງການກໍ່ສ້າງໂຮງແຮມ 8 ດາວ ຢູ່ແຂວງຫຼວງພະບາງ, ໂຄງການພັດທະນາກະສີກຳຢູ່ແຂວງໄຊຍະບູລີ, ບໍລິການສະ ຖາບັນການເງິນຈຸນລະພາກ ຢູ່ນະຄອນຫຼວງວຽງຈັນ, ພ້ອມກັນນັ້ນ ບໍລິສັດຍັງໄດ້ມີແຜນສຳຫຼວດ, ອອກແບບ, ແລະ ກໍ່ສ້າງເຂື່ອນໄຟຟ້າພະລັງງານນ້ຳ.
ພວກເຮົາມີແບບແຜນວິທີເຮັດວຽກທີ່ໄດ້ມາດຕະຖານສາກົນ, ສ້າງຄວາມອາດສາມາດພັດທະນາບຸກຄະລາກອນໃຫ້ໄດ້ມາດຕະຖານ ແລະ ເປັນມືອາຊີບ, ນອກຈາກນີ້ພວກເຮົາຍັງມີທີ່ປຶກສາກິດຕິມະສັກທັງພາຍໃນ ແລະ ຕ່າງປະເທດ, ບັນດາວິສາວະກອນທີ່ມີຄວາມຊ່ຽວຊານສະເພາະດ້ານ, ມີບັນດານັກບໍລິຫານທີ່ມີປະສົບການສູງ, ວິຊາການທີ່ມີຄວາມຮູ້ຄວາມສາມາດ ພ້ອມຂັບເຂື່ອນວຽກງານໃຫ້ສຳເລັດຜົນ ດ້ວຍປະສິດທິພາບສູງ.
-
ປະທານຜູ້ບໍລິຫານ
ບໍລິສັດ ພັນທະມິດກຣຸບ ຈໍາກັດຜູ້ດ